《门前》
ຢູ່ໜ້າປະຕູ
我多么希望,有一个门口
早晨,阳光照在草上
我们站着
扶着自己的门扇
门很低,但太阳是明亮的
ຂ້ອຍຫວັງໄວ້ວ່າ,ຢູ່ໜ້າປະຕູເຮືອນຫຼັງໜຶ່ງ
ຕອນເຊົ້າ, ອາລຸນແສງສ່ອງປະກາຍກະທົບໃສ່ໃບຫຍ້າ
ພວກເຮົາຢືນຢູ່ພຸ້ນ
ເດ່ມືຈັບປະຕູ
ປະຕູບໍ່ສູງ,ຈຶ່ງໄດ້ເຫັນແສງສີທອງທີ່ສົດໃສສ່ອງສະຫວ່າງ
草在结它的种子
风在摇它的叶子
我们站着,不说话
就十分美好
ຕົ້ນໄມ້ໃບຫຍ້າພະຍາຍາມກຳເນີດເມັດພັນຂອງມັນ
ສາຍລົມຄ່ອຍໆລູບໄລ້ໃບໄມ້ຢ່າງແພ່ວເບົາ
ສອງເຮົາຢືນຢູ່ພຸ້ນຕ່າງຄົນຕ່າງບໍ່ເອີ່ຍປາກເວົ້າພໍຄວາມ
ແຕ່ກໍເປັນຄວາມຮູ້ສຶກອອນຊອນໃຈທີ່ສຸດແສນຈະອົບອຸ່ນແລ້ວ
有门,不用开开
是我们的,就十分美好
ປະຕູຕັ້ງຢູ່ພຸ້ນ, ບໍ່ຕ້ອງເປີດບໍ່ຕ້ອງໄຂ
ຂໍແຕ່ແມ່ນຂອງພວກເຮົາ,ກໍ່ງົດງາມຫຼາຍແລ້ວ
早晨,黑夜还要流浪
我们把六弦琴交给他
我们不走了
ຕອນເຊົ້າ,ຄໍ່າຄືນຍັງຈະເຄື່ອນຈອນຕໍ່ໄປຕາມກົດເກນ
ພວກເຮົາມອບພິນໃຫ້ເຂົາ
ແຕ່ສອງເຮົາຈະບໍ່ຈາກລາກັນໄປໃສອີກແລ້ວ
我们需要土地
需要永不毁灭的土地
我们要乘着它
度过一生
ພວກເຮົາຕ້ອງການດິນແດນ
ດິນແດນທີ່ຈະບໍ່ແຕກສະຫຼາຍຕະຫຼອດກາລະນານ
ພວກເຮົາຈະຢູ່ແຫ່ງນີ້
ໃຊ້ເວລາຢູ່ທີ່ນີ້ຕະຫຼອດຊີວາ
土地是粗糙的,有时狭隘
然而,它有历史
有一份天空,一份月亮
一份露水和早晨
ເຖິງວ່າດິນແດນແຫ່ງນີ້ຈະຄັບແຄບແລະບໍ່ຮາບມື່ນພຽງດີກໍ່ຕາມ
ແຕ່ມັນກໍຜ່ານການເວລາມາຊ້ານານແລ້ວ
ມີທ້ອງຟ້າ, ມີດວງຈັນ
ມີນ້ຳໝອກອັນໃສສະອາດໃນຮຸ່ງອາລຸນຍາມເຊົ້າ
我们爱土地
我们站着
用木鞋挖着泥土
门也晒热了
我们轻轻靠着,十分美好
ພວກເຮົາຮັກຫອມດິນແດນແຫ່ງນີ້
ພວກເຮົາຢືນຢູ່ພຸ້ນ
ຂຸດດິນດ້ວຍເກີບໄມ້ຂອງຕົນ
ທ່າມກາງແສງອາທິດ, ບານປະຕູຮ້ອນຂຶ້ນ
ສອງເຮົາຢືນອີງໃສ່ຝາປະຕູ, ຮູ້ສຶກມີຄວາມຊື່ນຈິດແລະອອນຊອນໃຈຫຼາຍ
墙后的草
不会再长大了
它只用指尖,触了触阳光
ໃບຫຍ້າຢູ່ຫຼັງກຳແພງ
ມັນຈະບໍ່ໃຫຍ່ສູງຂຶ້ນຕື່ມອີກແລ້ວ
ມັນພຽງແຕ່ຈະຖອດຍອດເດ່ໄປສຳຜັດກັບແສງອາທິດພຽງບາງຄັ້ງບາງຄາວເທົ່ານັ້ນ
作者:顾城
ແຕ່ງໂດຍ: ກູ້ເຊິງ